ກອງປະຊຸມການຂ່າວປະຈໍາປີ2019ໃນສະຖານເອກອັກຄະລັດຖະທູດຣັດເຊຍປະຈໍາສປປລາວ


ທາງດ້ານ ການເມືອງ ແລະ ເສດຖະກິດ

ໃນຊຸມປີທີ່ຜ່ານມານີ້, ການຮ່ວມມືດ້ານການເມືອງ ລະຫວ່າງ ຣັດເຊຍ - ສປປ ລາວ ໄດ້ບັນລຸເປົ້າຫມາຍໃນລະດັບໃໝ່ ທີ່ສູງກວ່າເກົ່າ. ສຳລັບ ການຈັດກອງປະຊຸມໃນລະດັບຕ່າງໆ ແມ່ນໄດ້ຈັດເປັນ ປົກກະຕິ. ໂດຍສະເພາະ, ໃນວັນທີ 29 ເມສາ 2019 ຜ່ານມານີ້, ທ່ານ Patrushev, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນ ຣັດເຊຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ໃນປະຫວັດສາດຂອງການພົວພັນສອງຝ່າຍ. ໃນໂອກາດດັ່ງກ່າວ ທ່ານ Patrushev ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ບັນດາການນໍາຂອງ ສປປ ລາວ, ໃນນັ້ນ, ກໍ່ໄດ້ມີການປຶກສາຫາລືກັນ ຫຼາຍບັນຫາ ກ່ຽວກັບການພົວພັນສອງຝ່າຍ, ລວມທັງ ການຂະຫຍາຍການຮ່ວມມືກັບ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃນວຽກງານເສີມສ້າງລະບົບການປົກຄອງດ້ວຍລະບຽບກົດໝາຍພາຍໃນປະເທດ, ກໍ່ຄືວຽກງານການຮ່ວມມືສອງຝ່າຍ ກັບ ສປປ ລາວ ເພື່ອຮັບປະກັນຄວາມໝັ້ນຄົງໃນພາກພື້ນ ແລະ ການຕ້ານໄພຂົ່ມຂູ່ຈາກການກໍ່ການຮ້າຍ.

ໃນວັນທີ 4 ພະຈິກ 2019 ທີ່ຜ່ານມານີ້, ໃນໂອກາດກອງປະຊຸມສຸດຍອດອາຊຽນ ທີ່ ບາງກອກ, ໄດ້ມີການພົບປະກັນ ລະຫວ່າງປະມຸກລັດ ຣັດເຊຍ ແລະ ລາວ, ຊຶ່ງເປັນການພົບປະທີ່ເປັນປະເພນີອັນດີງາມ ລະຫວ່າງສອງຊາດພວກເຮົາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ ຄວາມຄືບໜ້າຂອງການພົວພັນຮ່ວມມືສອງຝ່າຍ ໃນປີທີ່ຜ່ານມາ, ພ້ອມທັງໄດ້ປຶກສາຫາລືກັນ ກ່ຽວກັບບັນຫາຕ່າງໆໃນຂອບຂອງການພົວພັນສອງຝ່າຍ ແບບໂດຍລວມ. ຜູ້ນຳຂອງສອງປະເທດ ໄດ້ກ່າວໄວ້ວ່າ ຈຸດຫຼັກຂອງການຂະຫຍາຍການຮ່ວມມື ແມ່ນໃນຂົງເຂດເສດຖະກິດ-ການຄ້າ, ໂດຍອີງໃສ່ຜົນຂອງກອງປະຊຸມຄະນະກຳມາທິການຮ່ວມມື ລະຫວ່າງ ຮັດເຊຍ ແລະ ສປປ ລາວ ທີ່ຈັດຂຶ້ນໃນເດືອນ ກໍລະກົດ 2019 ຜ່ານມານີ້ ທີ່ ນະຄອນຫຼວງມົດສະກູ, ສ. ຣັດເຊຍ.

ພວກເຮົາເຊື່ອຫມັ້ນວ່າ ໃນປີ 2020 ທີ່ຈະມາເຖິງນີ້, ຊຶ່ງເປັນປີ ຄົບຮອບ 60 ປີ ຂອງການພົວພັນການທູດ ລະຫວ່າງ ຣັດເຊຍ - ລາວ, ຊຶ່ງຈະເປັນຈຸດທີ່ຊ່ວຍເປັນການກະຕຸກຊຸກຍູ້ ເພື່ອເຮັດໃຫ້ການພົວພັນສອງຝ່າຍ ດີຂື້ນຕື່ມອີກ. ພວກເຮົາ ຮູ້ວ່າປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຈົດຫມາຍເຊື່ອເຊີນໄປຍັງ ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ເພື່ອເຊື່ອເຊີນພະນະທ່ານ ເດີນທາງມາຢ້ຽມຢາມ ສປປ ລາວ ໃນປີ 2020. ມາເຖິງປະຈຸບັນ, ບັນຫາດັ່ງກ່າວ ກຳລັງດຳເນີນການຢູ່ໃນ ຫ້ອງການບໍລິຫານຂອງປະທານາທິບໍດີ ແຫ່ງ ສ. ຣັດເຊຍ. ພວກເຮົາຄາດຫວັງວ່າ ຖ້າຫາກການຢ້ຽມຢາມດັ່ງກ່າວປະກົດຜົນເປັນຈິງ ກໍ່ຈະເປັນບາດກ້າວສຳຄັນ, ໃນນັ້ນກໍ່ລວມທັງ ການກະກຽມເນື້ອໃນຕ່າງໆ ທີ່ກ່ຽວຂ້ອງ, ບັນຫາດັ່ງກ່າວ ກໍ່ເປັນບັນຫາທີ່ພວກເຮົາ ໄດ້ປຶກສາຫາລືກັນຫຼາຍຄັ້ງມາແລ້ວ.

ຈຸດສຳຄັນ ໃນການເຮັດວຽກຮ່ວມກັນຂອງພວກເຮົາແມ່ນ ຂອດການປະສານງານໃນເວທີສາກົນ. ຢູ່ ອົງການສະຫະປະຊາຊາດ, ພວກເຮົາສະໜັບສະໜູນການສ້າງບົດບາດໃຫ້ເປັນຮູບປະທຳ ແລະ ເປັນຕົ້ນແມ່ນໃນຂົງເຂດ ເຕັນໂນໂລຊີຂໍ້ມູນຂ່າວ ແລະ ການສື່ສານ (ICT). ພວກເຮົາ ກຳລັງຕໍ່ສູ້ເພື່ອເຜີຍແຜ່ກົດລະບຽບ ຕໍ່ກັບພຶດຕິກຳ ໃຫ້ມີຄວາມຮັບຜິດຊອບໃນພື້ນທີ່ຂໍ້ມູນຂ່າວສານ. ຣັດເຊຍ ແລະ ສປປ ລາວ ຢືນຢູ່ຈຸດດຽວກັນ ຕໍ່ກັບບັນຫາ “ການບໍ່ວາງອາວຸດຄັ້ງທຳອິດ ໃນອາວະກາດ”, ເຕືອນປະຊາຄົມໂລກ ບໍ່ໃຫ້ມີການແຂ່ງຂັນດ້ານອາວຸດຢູ່ໃນອາວະກາດເຂດນອກ. ພວກເຮົາ ກຳລັງສືບຕໍ່ໃນການຕໍ່ສູ້ໃນການຂຽນບົດສະຫລຸບ ຂອງສົງຄາມໂລກ ຄັ້ງທີ 2 ຄືນໃຫມ່ ທີ່ມີຊຶ່ວ່າ "ການຕໍ່ສູ້ຕ້ານລັດທິນາຊີ", ໂດຍມີການລົງຄະແນນສຽງສະໜັບສະໜູນແບບດັ້ງເດີມ ແລະ ລະອຽດອ່ອນ.

ພວກເຮົາ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ສປປ ລາວ ເນື່ອງຈາກວ່າ ໃນປີ 2018 ແລະ 2019 ຄະນະຜູ້ແທນ ແຫ່ງ ສປປ ລາວ ທີ່ ອົງການສະຫະປະຊາຊາດ ໄດ້ທີ່ໄດ້ລົງຄະແນນສຽງຄັດຄ້ານມະຕິຂອງອູກຣາອິນ ທີ່ມີຫົວຂໍ້ວ່າ “ການທະຫານຂອງ ສາທາລະນະລັດ ເອກະລາດ Crimea”.

ການຮ່ວມມື ທາງດ້ານເຕັກນິກ-ການທະຫານ

ຂ້າພະເຈົ້າ ຮູ້ສຶກພາກພູມໃຈ ທີ່ສັງເກດເຫັນວ່າ, ເລີ່ມແຕ່ປີ 2018 ເປັນຕົ້ນມາ, ການຮ່ວມມືດ້ານເຕັກນິກ-ການທະຫານ ລະຫວ່າງ ສອງປະເທດພວກເຮົາ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. ເປັນຕົ້ນແມ່ນ, ຝ່າຍລາວ ໄດ້ຊື້ເຮືອບິນສູ້ຮົບ Yak-130, ຈໍານວນ 4 ລຳ ຈາກຣັດເຊຍ ແລະ ເຮືອບິນສູ້ຮົບ ດັ່ງກ່າວນີ້ ໄດ້ນຳໄປເດີນສວນສະຫນາມ ໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນເດືອນ ມັງກອນ 2019 ທີ່ຜ່ານມາ. ເລີ່ມແຕ່ປີ 2018 ເປັນຕົ້ນມາ, ກອງທັບທະຫານຂອງສູນເກັບກູ້ລະເບີດສາກົນ ແຫ່ງ ສ. ຣັດເຊຍ ໄດ້ດຳເນີນການເກັບກູ້ລະເບີດເພື່ອມະນຸດສະທຳ ຢູ່ ສປປ ລາວ: ໃນປີທີ່ຜ່ານມາ, ຊ່ຽວຊານເກັບກູ້ລະເບີດຣັດເຊຍ ໄດ້ໄປເກັບກູ້ລະເບີດ ຢູ່ ແຂວງບໍລິຄຳໄຊ ແລະ ເລີ່ມແຕ່ເດືອນ ຕຸລາ 2019 ໄດ້ໄປປະຕິບັດງານຢູ່ພາຍໃນ ແຂວງຊຽງຂວາງ. ໂຄງການເກັບກູ້ລະເບີດດັ່ງກ່າວນີ້ ໄດ້ຮັບການຍ້ອງຍໍ-ຊົມເຊີຍ ຈາກການນຳຂອງ ສປປ ລາວ.

ໃນອາທິດທີ່ຜ່ານມາ, ໄດ້ມີການຊ້ອມຮົບຮ່ວມ ຄັ້ງທຳອິດໃນປະຫວັດສາດ ລະຫວ່າງສອງປະເທດພວກເຮົາ, ໃນການຊ້ອມຮົບໃນຄັ້ງນີ້ ໄດ້ມີທະຫານຈາກ ຣັດເຊຍ ແລະ ລາວ ເຂົ້າຮ່ວມທັງຫມົດປະມານ 500 ຄົນ. ພວກເຮົາ ມີຄວາມຫມຸ້ງຫມັ້ນ ໃນການພັດທະນາການພົວພັນຮ່ວມມືຢ່າງໃກ້ຊິດ ກັບກະຊວງປ້ອງກັນປະເທດແຫ່ງ ສປປ ລາວ.

ການຮ່ວມມືດ້ານເສດຖະກິດ-ການຄ້າ

ການເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ ຍັງເປັນບັນຫາບຸລິມະສິດ ຂອງການຮ່ວມມືສອງຝ່າຍ.

ໃນເດືອນ ກໍລະກົດ 2019 ຜ່ານມານີ້, ພວກເຮົາໄດ້ຈັດກອງປະຊຸມຄະນະກໍາມາທິການຮ່ວມມື ດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລະຫວ່າງ ລັດຖະບານ ຣັດເຊຍ ແລະ ລັດຖະບານ ແຫ່ງ ສປປ ລາວ ຄັ້ງທີ 15 ຂື້ນ ຢູ່ ນະຄອນຫຼວງມົດສະກູ, ສ. ຣັດເຊຍ, ພາຍໃຕ້ການເປັນປະທານຂອງ ທ່ານ Noskov, ລັດຖະມົນຕີກະຊວງໂທລະຄົມມະນາຄົມ ແລະ ການສື່ສານມວນຊົນ ແຫ່ງສະຫະພັນຣັດເຊຍ ແລະ ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທືນແຫ່ງ ສປປ ລາວ. ພາຍຫຼັງກອງປະຊຸມດັ່ງກ່າວ ໄດ້ຮັບການຢັ້ງຢືນວ່າ, ຂົງເຂດບູລິມະສິດຂອງການຮ່ວມມືຂອງສອງປະເທດພວກເຮົາແມ່ນ ຂົງເຂດການຄົມມະນາຄົມ, ພະລັງງານໄຟຟ້າ, ການບິນພົນລະເຮືອນ, ການສຳຫຼວດທໍລະນີສາດ - ບໍ່ແຮ່ ແລະ ຜະລິດຕະພັນການພິມ.

ໜຶ່ງໃນບັນດາຂະແຫນງການທີ່ເປັນເປົ້າຫມາຍຕົ້ນຕໍ ແມ່ນຂະແຫນງພະລັງງານໄຟຟ້ານໍ້າຕົກ. ບໍລິສັດຣັດເຊຍ INTER RAO Engineering ສືບຕໍ່ກະກຽມຈັດຕັ້ງປະຕິບັດວຽກງານ ໃນໂຄງການ Sekong 5, ເຊິ່ງເປັນໂຄງການທີ່ຈຳເປັນຕ້ອງໄດ້ຮັບການຈັດຕັ້ງປະຕິບັດ ໃນໄລຍະທ້າຍປີ 2020.

ບໍລິສັດ ເອັມເຄ, ເປັນບໍລິສັດທີ່ດຳເນີນທຸລະກິດຢູ່ ສປປ ລາວ ມາເປັນເວລາຫລາຍປີແລ້ວ, ຊຶ່ງເປັນບໍລິສັດທີ່ຫນ້າເຊື່ອຖືໄດ້ ແລະ ໄດ້ຈັດພິມຜະລິດຕະພັນປະເພດຕ່າງໆອອກຈຳໜ່າຍ ເປັນຈຳນວນຫຼວງຫລາຍ ເພື່ອຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການ ຂອງຂະແຫນງການຕ່າງໆຂອງ ສປປ ລາວ.

ທຸລະກິດຣັດເຊຍ ໄດ້ກາຍເປັນຕົວແທນໃນຂົງເຂດ ການສຳຫຼວດແຮ່ທາດ ແລະ ຂຸດຄົ້ນ ທໍລະນີສາດ.

ຣັດເຊຍ ຍັງໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໂດຍຜ່ານໂຄງການສາກົນ, ໂດຍສະເພາະ ໃນລະຫວ່າງ ປີ 2018-2019, ລັດຖະບານ ແຫ່ງ ສະຫະພັນຣັດເຊຍ ໄດ້ມອບເງິນ ຈຳນວນ 2 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວໂດຍຜ່ານອົງການອາຫານໂລກ ເພື່ອຊ່ວຍເຫຼືອປະຊາຊົນລາວ ທີ່ອາໄສຢູ່ແຂວງທາງພາກໃຕ້ຂອງປະເທດ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ຮອດປີ 2020, ໂຄງການຣັັດເຊຍ ພາຍໃຕ້ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ຈະໄດ້ຈັດຕັ້ງປະຕິບັດໂຄງການຕ່າງໆ ໃນມູນຄ່າ 2 ລ້ານໂດລາ, ຈຸດປະສົງ ເພື່ອສົ່ງເສີມເສດຖະກິດ - ສັງຄົມ ຂອງປະຊາຊົນຜູ້ທຸກຍາກທີ່ສຸດ ໃນແຂວງ ຫົວພັນ ແລະ ຄຳມ່ວນ.

ໂດຍສົມທົບກັບ ອົງການສະຫະປະຊາຊາດ ກ່ຽວກັບການບໍລິຫານໂຄງການ ເປັນຕົ້ນແມ່ນການຈັດຫາອຸປະກອນຕ່າງໆເພື່ອນຳໃຊ້ເຂົ້າໃນ ໂຮງໝໍມິດຕະພາບ. ຄາດຫວັງວ່າ, ທ້າຍປີ 2019 ການປຶກສາຫາລື ກ່ຽວກັບ ການພັດທະນາໂຄງການດັ່ງກ່າວຈະສຳເລັດແລະຈະເລີ່ມຈັດຕັ້ງປະຕິບັດຕົວຈິງ ໃນປີ 2020.

ການຮ່ວມມືດ້ານວັດທະນະທຳ ແລະ ມະນຸດສະທຳ

ໃນປີ 2019, ແມ່ນສືບຕໍ່ເສີມສ້າງການປະສານງານ ດ້ານມະນຸດສະທຳ.

ພວກເຮົາ ໄດ້ເອົາໃຈໃສ່ເປັນພິເສດຕໍ່ການພັດທະນາການສຶກສາ. ໃນປີ 2019 ນີ້, ນັກສຶກສາລາວ ໄດ້ຮັບທຶນການສຶກສາຈາກລັດຖະບານຮັດເຊຍ ຈຳນວນ 92 ຄົນ ແລະ ໄດ້ຖືກສົ່ງໄປສຶກສາຢູ່ ມະຫາວິທະຍາໄລ ແຫ່ງ ສະຫະພັນຣັດເຊຍ. ນັກສຶກສາລາວ ຈຳນວນຫລາຍຄົນ ແມ່ນໄດ້ກຽມພາສາຣັດເຊຍ ຢູ່ ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ທີ່ ນະຄອນຫຼວງວຽງຈັນ ກ່ອນຈະໄປສຶກສາຢູ່ ປະເທດ ຣັດເຊຍ. ນັກສຶກສາທຸກຄົນ ສາມາດໄດ້ຮັບທຶນການສຶກສາ ໂດຍບໍ່ໄດ້ຈຳແນກອາຍຸ.

ພວກເຮົາ ສືບຕໍ່ຮັດແຫນ້ນການພົວພັນ ກັບມະຫາວິທະຍາໄລແຫ່ງຊາດ ແຫ່ງ ສປປ ລາວ, ໂດຍສະເພາະກັບພາກວິຊາພາສາຣັດເຊຍ. ໄດ້ມີການກະກະຕຸກຊຸກຍູ້ ໃຫ້ມີການພົວພັນກັນໂດຍກົງ ລະຫວ່າງ ມະຫາວິທະຍາໄລຂອງສອງປະເທດພວກເຮົາ, ໃນນັ້ນ ມີການແລກປ່ຽນຄູອາຈານ ຮ່ວມກັນມາແລ້ວ.

ຕະຫຼອດປີທີ່ຜ່ານມາ, ພາຍໃຕ້ການສະໜັບສະໜູນຈາກ ສູນວິທະຍາສາດ ແລະ ວັດທະນະທຳ ແລະ ສະຖານທູດ ແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ໄດ້ມີຈັດກິດຈະກຳດ້ານວັດທະນະທຳ ແລະ ການສຶກສາຂື້ນ: ໂດຍສະເພາະໃນປີ 2019, ໄດ້ມີການຈັດກອງປະຊຸມພົບປະລະດັບພູມມີພາກບັນດາອະດີດນັກສຶກສາ ຈາກມະຫາວິທະຍາໄລຣັດເຊຍ (ໂຊວຽດ) ທີ່ ນະຄອນຫຼວງວຽງຈັນ, ເຊິ່ງຜູ້ຕາງໜ້າຂອງການນຳຂອງ ສປປ ລາວ ກໍ່ຄືອະດີດນັກສຶກສາ ທີ່ຈົບການສຶກສາຈາກ ສະຫະພາບໂຊວຽດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ, ລວມທັງ ບັນດາອະດີດນັກຮຽນຈົບການສຶກສາຈາກ ປະເທດອະດີດສະຫະພາບໂຊວຽດ ທີ່ມາຈາກບັນດາປະເທດໃນຂົງເຂດອາຊີ.

ສະພາບການໃນເຂດ ຊີຣີ

ສະພາບການໃນເຂດ ຊີຣີ ແມ່ນສັບສົນ ແລະ ຫຍຸ້ງຍາກທີ່ສຸດ ເປັນຕົ້ນແມ່ນ ເຂດທີ່ຢູ່ເໜືອການຄວບຄຸມຂອງລັດຖະບານ, ເຊັ່ນ:  ເຂດ Idlib de-escalation ແລະ ເຂດຝັ່ງຕາເວັນອອກຂອງແມ່ນໍ້າ Euphrates.

ພວກເຮົາ ກຳລັງສືບຕໍ່ເຮັດວຽກຮ່ວມກັບ Ankara ເພື່ອຈັດຕັ້ງປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ໃນວັນທີ 22 ຕຸລາ. ວຽກງານດັ່ງກ່າວນີ້ ຕ້ອງໄດ້ດຳເນີນໄປໃນ 2 ທິດທາງ ຄື: 1. ປ້ອງກັນບໍ່ໃຫ້ເກີດສະພາບການທີ່ເປັນປໍລະປັກ; 2. ແກ້ໄຂສະພາບການມະນຸດສະທຳໂດຍກົງ. ເພື່ອເປັນການແກ້ໄຂທິດທາງທີ 1 ຕ້ອງໄດ້ຮື້ຖອນກ້ອນກຳລັງຂອງຊາວ ເຄີດສ ອອກຈາກຊາຍແດນທີ່ຕິດກັບ ປະເທດຕວັກກີ ໃຫ້ສຳເລັດ, ຈັດຕັ້ງຫນ່ວຍງານລາດຕະເວນຮ່ວມກັນ ໃຫ້ເປັນປົກກະຕິ ແລະ ຈຸດປະສານງານລະຫວ່າງ ຣັດເຊຍ - ຕວກກີ ຕ້ອງເຮັດວຽກຢ່າງເປັນປົກກະຕິ. ຜູ້ຊ່ຽວຊານຣັດເຊຍ ໄດ້ໃຫ້ການຊ່ວຍເຫຼືອດ້ານການແພດແກ່ປະຊາຊົນ, ຈັດຕັ້ງການໂຄສະນາແຈກຢາຍອາຫານໃຫ້ຜູ້ທີ່ອຶດຫິວ, ພ້ອມທັງ ປັບປຸງສະຖານທີ່ນໍ້າໃຊ້ ແລະ ໄຟຟ້າ.

ຢູ່ໃນເຂດ Idlib, ສະຖານະການຍັງຄົງສັບສົນ-ວຸ້ນວາຍ ເນື່ອງຈາກວ່າ ກຸ່ມກໍ່ການຮ້າຍ ບໍ່ຢຸດຍິງຢູ່ເຂດບໍລິເວນໃກ້ຄຽງ, ປະຊາຊົນຢູ່ພາຍໃນ ແລະ ເຂດໃກ້ຄຽງ ໃກ້ຈະດັບສູນຫມົດແລ້ວ. ໃນແຕ່ລະມື້ ມີການໂຈມຕີໃນເຂດດັ່ງກ່າວ ປະມານ 40 ຄັ້ງ ຕໍ່ມື້. ພວກເຮົາ ຂໍເນັ້ນຫນັກອີກເທື່ອຫນຶ່ງວ່າ,  ບັນຫາໃນເຂດ Idlib ຈະບໍ່ໄດ້ຮັບການແກ້ໄຂ ຖ້າຫາກວ່າກຸ່ມກໍ່ການຮ້າຍ ຍັງບໍ່ເຄື່ອນທັບອອກຈາກເຂດດັ່ງກ່າວ.

ຫວ່າງບໍ່ດົນມານີ້, ກອງປະຊຸມປຶກສາຫາລືລະດັບສາກົນ ກ່ຽວກັບບັນຫາ ຊີຣີ ໃນຮູບແບບ Astana, ຄັ້ງທີ 14 ຢູ່ທີ່ Nur Sultan ກໍ່ໄດ້ສິ້ນສຸດລົງ. ນະໂຍບາຍການເຮັດວຽກ ໃນຮູບແບບ Astana ໄດ້ສະແດງໃຫ້ເຫັນຢ່າງຊັດເຈນ ກ່ຽວກັບສ່ວນກ່ຽວຂ້ອງ ແລະ ປະສິດທິພາບຂອງຮູບແບບດັ່ງກ່າວ.

 ຮູບແບບ Astana ໄດ້ເຕົ້າໂຮມເອົາບໍ່ພຽງແຕ່ “3 ປະເທດ” ທີ່ຮັບປະກັນ ຄື (ຣັດເຊຍ, ອີຣ່ານ ແລະ ຕວັກກີ) ເທົ່ານັ້ນ, ແຕ່ຍັງມີບັນດາຝ່າຍຕ່າງໆຂອງຊີຣີ ຄື (ລັດຖະບານ ແລະ ຝ່າຍຄ້ານການປະກອບອາວຸດ), ລວມທັງ ບັນດາປະເທດເພື່ອນບ້ານ ຄື (ຈໍແດນ, ເລບານອນ ແລະ ອີຣັກ). ບັນດາຜູ້ເຂົ້າຮ່ວມໃນກອງປະຊຸມໄດ້ປຶກສາຫາລືກັນ ກ່ຽວກັບບັນຫາສະພາບການຢູ່ຊີຣີ, ບັນຫາການຕໍ່ສູ້ຕ້ານການກໍ່ການຮ້າຍ, ບັນຫາສິ່ງທ້າທາຍດ້ານມະນຸດສະທຳ ຊຶ່ງເປັນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ, ບັນຫາການຊ່ວຍເຫຼືອຊາວອົບພະຍົບໃຫ້ກັບຄືນສູ່ຖີ່ນຖານ, ເພີ່ມທະວີບັນດາມາດຕະການຄວາມໄວ້ເນື້ອເຊື່ອໃຈ, ໃນນັ້ນ ລວມທັງ ບັນຫາການປ່ອຍຕົວນັກໂທດຜູ້ທີ່ຖືກກັກຂັງ ແລະ ປັບປຸງການແກ້ໄຂບັນຫາການເມືອງ.

ຊີຣີ ສືບຕໍ່ຟື້ນຟູການພົວພັນດ້ານເສດຖະກິດ ແລະ ການເມືອງ - ສັງຄົມ ກັບເຂດອ້ອມຂ້າງ ອາຣັບ.

ບັນດານັກຂ່າວຂອງ ຊີຣີ ໄດ້ເຂົ້າຮ່ວມກອງປະຊຸມ ສະຫະພັນນັກຂ່າວ ອາຣັບ ທີ່ເມືອງ Riyadh; ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ຊີຣີ ໄດ້ເຂົ້າຮ່ວມກອງປະຊຸມລັດຖະສະພາ Mediterranean ໃນ Rome ກ່ຽວກັບການຕ້ານການກໍ່ການຮ້າຍສາກົນ; ການໃຫ້ບໍລິການຂອງສາຍການບິນເອກະຊົນ ຊີຣີ ທີ່ມີຊຶ່ວ່າ Sham Wings ຈະສືບຕໍ່ໃຫ້ບໍລິການຖ້ຽວບິນໄປເອີຣົບ-ຕາເວັນຕົກ ໃນກາງເດືອນ, ຊຶ່ງຖືກຢຸດສະງັກມາແຕ່ໃນປີ 2012.

ພວກເຮົາ ຄິດວ່າ ມາດຕະການທາງການທະຫານ ແມ່ນບໍ່ມີຜົນຕໍ່ ຊີຣີ, ຕ້ອງມີການຊຸກຍູ້ສົ່ງເສີມໃຫ້ມີການປຶກສາຫາລືກັນ ໃນລະດັບສາກົນ, ແຕ່ສໍາລັບຈຸດປະສົງດັ່ງກ່າວນີ້, ກ່ອນອື່ນໝົດ ຕ້ອງແມ່ນການດຳເນີນການຂອງຂະບວນການທາງການເມືອງພາຍໃນຂອບຂອງຄະນະກຳມະການລັດຖະທຳມະນູນ, ຕ້ອງເລີ່ມເຮັດວຽກ ຢູ່ ເຈນີວາ ແລະ ເພາະວ່າ ມີຄວາມຈຳເປັນໃນການຊອກຫາຊ່ອງທາງ ເພື່ອເຮັດໃຫ້ຊາວເຄີດສ ໄດ້ມີສ່ວນຮ່ວມໃນຂະບວນການທາງການເມືອງ, ໂດຍຜ່ານ ຫນ່ວຍງານປະສານງານກັບ ຊາວເຄີດສ ພາຍໃຕ້ການຄວບຄຸມຂອງລັດຖະບານກາງຊີຣີ. ພວກເຮົາ ກຳລັງປຶກສາຫາລືກັນ ກ່ຽວກັບບັນຫາດັ່ງກ່າວ, ເຊິ່ງສະແດງໃຫ້ເຫັນວ່າ ນີ້ແມ່ນວິທີດຽວທີ່ໜ້າເຊື່ອຖືໄດ້  ແລະ ເພື່ອເປັນການຮັບປະກັນຜົນປະໂຫຍດຂອງ ຊາວເຄີດສ, ກຸ່ມຊົນເຜົ່າຕ່າງໆ ແລະ ສາສະໜາ ອື່ນໆ ໃນຂົງເຂດ ຊາອຸດີ-ອາຣາເບຍ.

ສະພາບການພາຍໃນ ແລະ ເຂດອ້ອມຮອບ ເວເນຊູເອລາ

ພວກເຮົາ ຈະປະກອບຄຳເຫັນແບບກົງໄປກົງມາ ກ່ຽວກັບນະໂຍບາຍການພັດທະນາສະພາບການດ້ານການເມືອງພາຍໃນ ເວເນຊູເອລາ. ເຖິງແມ່ນວ່າ ສະພາບການຍັງສັບສົນ, ແຕ່ການແກ້ໄຂທາງການເມືອງ ກໍ່ຍັງມີຄວາມມຸ້ງຫວັງຢູ່, ໂດຍລວມແລ້ວ ແມ່ນຕິດພັນກັບການດຳເນີນງານການປຶກສາຫາຫລືຂອງກອງປະຊຸມໂຕະມົນລະດັບຊາດ. ການປຶກສາຫາລື ໄດ້ດຳເນີນໄປຢ່າງເລິກເຊິ່ງ, ລະອຽດຖີ່ນຖ້ວນ ແລະ ຄ່ອຍໆປະກົດເປັນຮູບປະທຳຂື້ນ.

ໜຶ່ງ ໃນບັນຫາຕົ້ນຕໍຂອງກອງປະຊຸມ ແມ່ນການກຳນົດໜ້າທີ່ ແລະ ມາດຕະການຂອງຂະບວນການເລືອກຕັ້ງທີ່ຈະມາເຖິງນີ້. ຂໍ້ຕົກລົງ ທີ່ປະສົບຜົນສຳເລັດຂອງພວກເຂົາ ຈະເຮັດໃຫ້ມີການເລືອກຕັ້ງຕໍ່ສະພາແຫ່ງຊາດ ເວເນຊູເອລາ ໃນປີໜ້າ ໂດຍສອດຄ່ອງກັບລັດຖະທຳມະນູນ, ລະບຽບຫຼັກການ ແລະ ອຳນາດປະຊາທິປະໄຕ ຂອງປະເທດ.

ອີງຕາມການ ລົງຄະແນນສຽງເລືອກຕັ້ງລ້າສຸດເຫັນວ່າ, ຈຳນວນ 67% ຂອງປະຊາຊົນເວເນຊູເອລາ ພ້ອມທີ່ຈະລົງຄະແນນສຽງໃນການເລືອກຕັ້ງ ແລະ 72% ບໍ່ຕ້ອງການໃຫ້ເລຶ່ອນການເລືອກຕັ້ງຄືນໃຫມ່ໃນເວລາອະນາຄົດ. ນີ້ແມ່ນທ່າອ່ຽງໄປໃນທິດທາງບວກ. ພວກເຮົາ ນັບຖືການປົກປັກຮັກສາປະເທດ ຂອງ ເວເນຊູເອລາ.

ແຕ່ຫນ້າເສຍດາຍ ທີ່ ປະເທດຕະເວນຕົກບໍ່ ປະຕິເສດເສັ້ນທາງຂອງຕົນ ເພື່ອໂຄ່ນລົ້ມລັດຖະບານ ເວເນຊູເອລາ ສືບຕໍ່ດຳເນີນການຢູ່ ແລະ ການຂ້ວມບາດແບບຜິດກົດໝາຍສາກົນເພີ່ມຂື້ນ. ປັດຈຸບັນ ສາມາດເຮັດໃຫ້ສະພາບການດ້ານເສດຖະກິດ ແລະ ສະພາບການດ້ານມະນຸດສະທຳ ແມ່ນສັບສົນ ແລະ ຫຍຸ້ງຍາກທີ່ສຸດ.

ນັກທຸລະກິດ ທີ່ສາມາດເຮັດໃຫ້ປັບຕົວເຂົ້າກັບສະພາບການໃນປັດຈຸບັນໄດ້ ແຕ່ວ່າປະຊາຊົນພົນລະເຮືອນ (ຄົນທີ່ຢູ່ໃນສະຖານະການທີ່ຫຍຸ້ງຍາກ, ທຸກຈົນ, ເຈັບປ່ວຍ ແລະ ເດັກນ້ອຍ) - ບໍ່ສາມາດເຮັດໃຫ້ປັບຕົວເຂົ້າກັບສະພາບການໃນປັດຈຸບັນ

ສະພາບການຢູ່ ອູກຣາອິນ

ຂໍ້ຕົກລົງ Minsk (ອະນຸສັນຍາ Minsk, ວັນທີ 5 ກັນຍາ 2014, ບົດບັນທຶກຊ່ວຍຈຳ Minsk ເລີ່ມແຕ່ວັນທີ 19 ກັນຍາ 2014 ແລະ ມາດຕະການ Minsk ທີ່ກຳນົດໃນ ວັນທີ 12 ກຸມພາ 2015) ສືບຕໍ່ເປັນທິດທາງດຽວ ໃນການຕັ້ງຖິ່ນຖານຢູ່ ອູກຣາອິນ, ຍັງຄົງເປັນເອກະສານພື້ນຖານ ສຳລັບການຈັດຕັ້ງປະຕິບັດວຽກງານຂອງ "ຮູບແບບ Normandy", ຊຶ່ງປະເທດສະມາຊິກຂອງຮູບແບບດັ່ງກ່າວ ມີຄວາມມຸ້ງຫວັງໃນການຈັດຕັ້ງປະຕິບັດຕາມສັນຍາດັ່ງກ່າວຢ່າງເຕັມຮູບແບບ.

ພວກເຂົາເນັ້ນໜັກ ຈຸດປະສົງຂອງພວກເຂົາ ໃນການສ້າງປັດຕະຍະກຳແຫ່ງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂື້ນມາ ແລະ ຄວາມໝັ້ນຄົງແບບຍືນຍົງໃນ ເອີຣົບ, ໂດຍອີງໃສ່ຫຼັກການຂອງ OSCE.

ການຕັ້ງຖິ່ນຖານຂອງ ອູກຣາອິນ ແມ່ນການຖືເອົາ ວັນທີ 9 ທັນວາ 2019 ໃນກອງປະຊຸມສຸດຍອດໃນ "ຮູບແບບ Normandy". ພວກເຮົາ ຄິດວ່າ ບັນຂໍ້ຕົກລົງທີ່ຈະບັນລຸເປົ້າຫມາຍໄດ້ ຄວນໄດ້ຮັບການຈັດຕັ້ງປະຕິບັດກ່ອນກອງປະຊຸມຄັ້ງຕໍ່ໄປຂອງບັນດາຜູ້ນຳຂອງແຕ່ລະປະເທດ, ທີ່ຈະຈັດຂື້ນໃນໄລຍະ 4 ເດືອນ ຫລັງຈາກນີ້, ໂດຍສະເພາະ ບັນຫາທີ່ມີສ່ວນກ່ຽວຂ້ອງ ດັ່ງລາຍລະອຽດລຸ່ມນີ້:

1. ຂໍ້ຕົກລົງ Minsk ຍັງຄົງເປັນຈຸດພື້ນຖານຂອງການເຈລະຈາ. ກົດໝາຍ ຂອງອູກຣາອິນ ຄວນໄດ້ຮັບການປັບປຸງຕາມຫຼັກການ Steinmeier, ເຊີ່ງໄດ້ກຳນົດກົນໄກການອອກກົດໝາຍ ກ່ຽວກັບຂັ້ນຕອນພິເສດຂອງລັດຖະບານຕົນເອງ ໃນເຂດທ້ອງຖິ່ນ Donetsk ແລະ Lugansk

2. ໃນເວລາພົບປະເຈລະຈາ ຢູ່ ປາຣີ, ທ່ານ Putin, ປະທານາທິບໍດີຣັດເຊຍ ໄດ້ກ່າວໄວ້ວ່າ: “ມັນຈຳເປັນຕ້ອງເພີ່ມຈຸດຜ່ານຊາຍແດນລະຫວ່າງ ຢູເຄຣນ ແລະ Donetsk\Lugansk : ພວກເຮົາຢ່າລືມ ປະຊາຊົນຄົນທຳມະດາ ທີ່ອາໄສຢູ່ເຂດນັ້ນ.

3. ໂຈະການຢຸດຍິງ ຈົນຮອດທ້າຍປີ 2019.

4. ເພີ່ມທະວີການຕິດຕາມກວດກາ ຕໍ່ການປະຕິບັດຕາມຄຳສັ່ງ ຢຸດຍິງ ໂດຍຜ່ານການແຜ່ຂະຫຍາຍອິດທິພົນ ຂອງອົງການຄວາມຫມັ້ນຄົງ ແລະ ການຮ່ວມມືໃນ ເອີຣົບ (OSCE). ກຸ່ມຕິດຕາມກວດກາແບບພິເສດ ຕ້ອງເຮັດວຽກຕະຫລອດເວລາ ແລະ ສາມາດເຂົ້າເຖິງອານາເຂດທັງໝົດ ຂອງ ອູກຣາອິນ.

5. ວັນທີ 31 ທັນວາ, ຈະມີການປ່ອຍຕົວຜູ້ຖືກກັກຂັງ ຕາມລະບຽບຫຼັກການທີ່ວ່າ “All For All’.