ສາຍພົວພັນ ລັດເຊຍ-ລາວ

ສາຍພົວພັນກັບ ລາວ 

ທາງດ້ານການເມືອງ: 

ເປັນສິ່ງທີ່ເພິ່ງພໍໃຈ ກ່ຽວກັບ ການເພີ້ມທະວີ ການປຶກສາຫາລື ທາງດ້ານການເມືອງ ໃນລະດັບຂັ້ນສູງ ແລະ ຂັ້ນສູງສຸດ ໃນປີ 2017. ໃນເດືອນ ມິຖຸນາ ປີນີ້, ຄະນະຜູ້ແທນ ກະຊວງ ການຕ່າງປະເທດ ແຫ່ງ ສ.ປ.ປ. ລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເຄື່ອນໄຫວຢ້ຽມຢາມ ນະຄອນຫຼວງ ມົດສະກູ ຢ່າງເປັນທາງການ. ໃນການພົບປະ ໄດ້ມີການແລກປ່ຽນທັດສະນະ ກ່ຽວກັບການ ເສີມຂະຫຍາຍ ການຮ່ວມມືສອງຝ່າຍ, ກໍ່ຄື ສະພາບການສາກົນ ໃນປະຈຸບັນ. 

ເຫດການທີ່ສໍາຄັນ ແມ່ນ ໃນເດືອນ ກັນຍາ ປີນີ້ ທ່ານ ທອງລຸນ ສີສຸລີດ, ນາຍົກລັດຖະມົນຕີແຫ່ງ ສ.ປ.ປ. ລາວ ໄດ້ເຄື່ອນໄຫວ ຢ້ຽມຢາມ ນະຄອນຫຼວງ ມົດສະກູ. ໃນໄລຍະ ຂອງ ການຢ້ຽມຢາມ ທ່ານ ທອງລຸນ ສີສຸລີດ ໄດ້ ພົບປະກັບ ທ່ານ ດີມີຕຣີ ເມດເດີເວເດບ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ລັດເຊຍ, ທ່ານ ນາງ ວາເລັນຕີນາ ມາເຕີວຽນໂກ, ປະທານ ສະພາ ສະຫະພັນ ຂອງ ສະພາ ສະຫະພັນ ລັດຖະສະພາ ສະຫະພັນ ລັດເຊຍ. ໃນໄລຍະກອງປະຊຸມ, ໄດ້ມີພິທີເຊັນ ເອກະສານ 7 ສະບັບ ກ່ຽວກັບການຮ່ວມມືສອງຝ່າຍ. 

ນາຍົກລັດຖະມົນຕີ ຂອງ ສອງ ປະເທດ ຍັງໄດ້ຈັດກອງປະຊຸມພົບປະ ສອງ ຝ່າຍ ໃນກອບ ກອບ ຂອງ ກອງປະຊຸມ ອາຊຽນ ເມື່ອ ເດືອນ ພະຈິກ ປີນີ້. 

ຄຽງຄູ່ກັບ ການຮ່ວມມື ທາງດ້ານການເມືອງທົ່ວໄປແລ້ວ, ພວກເຮົາເຫັນວ່າ ມີການຂະຫຍາຍການຮ່ວມມືລະຫວ່າງ ບັນດາ ຂະແໜງການຕ່າງໆ. ໃນເດືອນມີນາປີນີ້,  ຄະນະຜູ້ແທນ ກະຊວງ ປ້ອງກັນຊາດ ແຫ່ງ ນຳໂດຍ ທ່ານ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີ ກະຊວງ ປ້ອງກັນຊາດ ແຫ່ງ ສ.ປ.ປ. ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ມົດສະກຸ. ໃນໄລຍະ ຮ່ວມ ປະຊຸມ ກັບ ຄູ່ຮ່ວມງານ ທ່ານ ແຊຣເກ ໂຊຍກູ, ໄດ້ມີການປຶກສາຫາລື ກ່ຽວກັບ ການຂະຫຍາຍ ການຕິດຕໍ່ພົວພັນ ທີ່ໄດ້ຕົກລົງກັນ ໃນຂົງເຂດນີ້ ແລະ ໄດ້ບັນລຸ ຂໍ້ຕົກລົງຂັ້ນພື້ນຖານ ກ່ຽວກັບ ການສືບຕໍ່ ຮ່ວມມື ທາງດ້ານ ເຕັກນິກ-ການທະຫານ. 

ພວກເຮົາ ສັງເກດເຫັນວ່າ ການຮ່ວມມື ທາງດ້ານ ຄວາມປອດໄພ  ໄດ້ມີແນວໂນ້ມດີຂຶ້ນ: ໃນ ໄລຍະ ວັນທີ 4-5 ຕຸລາ ຜ່ານມາ, ທ່ານ ສົມແກ້ວ ສີລາວົງ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະງົບ ແຫ່ງ ສ.ປ.ປ. ລາວ ໄດ້ເຂົ້າຮ່ວມ ກອງປະຊຸມ ບັນດາ ຫົວຫນ້າ ອົງການ ສະເພາະກິດອົງການຮັກສາ ຄວາມປອດໄພ ແລະ ອົງການບັງຄັບໃຊ້ກົດຫມາຍ ຄັ້ງທີ 16 ທີ່ ນະຄອນ ກຣັດສະໂນດາຣ, ຊຶ່ງໄດ້ບັນລຸຄວາມຕັ້ງໃຈ ກ່ຽວກັບການເສີມຂະຫຍາຍ ການຕິດຕໍ່ພົວພັນກັນ ໂດຍຜ່ານ ບັນດາອົງການ ຈັດຕັ້ງທີ່ກ່ຽວຂ້ອງ. 

ການຮ່ວມມື  ດ້ານ ເສດຖະກິດ - ການຄ້າ 

ການຂະຫຍາຍ ການຮ່ວມມືດ້ານ ເສດຖະກິດ ແລະ ການຄ້າ ຍັງເປັນ ວາລະ ບູລິມະສິດ ຂອງ ກອງປະຊຸມ ສອງຝ່າຍ. 

ມູນຄ່າການແລກປ່ຽນ ສິນຄ້າ ຍັງຢູ່ໃນລະດັບຕໍ່າ, ເຖິງວ່າ ລາວ ເປັນປະເທດ ທີ່ໄດ້ຮັບ ນະໂຍບາຍ ທີ່ມີເງື່ອນໄຂ ທີ່ສະດວກ. ໃນການຄົ້ນຄ້ວາຢ່າງລະອຽດ - ປະເດັນ ການສ້າງຂໍ້ຕົກລົງ ວ່າດ້ວຍ ການຄ້າ ໃຫມ່ ລະຫວ່າງ ລັດຖະບານ. 

ເດືອນ ກໍລະກົດ ປີນີ້ ທີ່ ນະຄອນຫຼວງ ມົດສະກູ ໄດ້ ຈັດກອງປະຊຸມ ຄະນະກຳມາທິການ ແຫ່ງລັດ ລັດເຊຍ-ລາວ ວ່າດ້ວຍການຮ່ວມມື ທາງດ້ານ ເສດຖະກິດ-ການຄ້າ ແລະ ເຕັກນິກ ຄັ້ງທີ 13 ພາຍໄຕ້ ການເປັນປະທານຮ່ວມ ຂອງ ທ່ານ ນ. ນີກີຟໍຣົບ ແລະ ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີວ່າການກະຊວງ ແຜນການ ແລະ ການລົງທຶນ ຂອງ ສ.ປ.ປ. ລາວ. ໄດ້ຢືນຢັນ ວ່າ ຂົງເຂດ ທີ່ເປັນບູລິມະສິດ ຂອງ ການຮ່ວມມືແມ່ນ ຂະແໜງ ໂທລະຄົມມະນາຄົມ, ວິສະວະກໍາໄຟຟ້າພະລັງນ້ຳ, ການບິນພົລະເຮືອນ, ການສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່, ການຜລິດ ຜະລິດຕະພັນ ການພິມ. 

ຫນຶ່ງໃນຂົງເຂດ ທີ່ຖືວ່າ ມີແນວໂນ້ມດີທີ່ສຸດ ແມ່ນຂະແໜງ ພະລັງງານໄຟຟ້າ. ໃນເດືອນ ກັນຍາ ປີນີ້ໄດ້ມີການເຊັນຂໍ້ຕົກລົງ ກ່ຽວກັບ ການພັດທະນາ ໂຄງການ ເຂື່ອນໄຟຟ້າ ເຊກອງ 5. ການກໍ່ສ້າງ ເຂື່ອນໄຟຟ້າ ດັ່ງກ່າວ ອາດຈະໄດ້ ເລີ່ມຕົ້ນ ໃນໄຕມາດ ສຸດທ້າຍ ຂອງ ປີ 2018. 

 «ບໍລິສັດ ຫລັກຊັບ-ປຶ້ມສາກົນ» ທີ່ໄດ້ມາເຮັດວຽກ ຢູ່ ປະເທດລາວ ມາໄດ້ຫຼາຍປີ, ຍັງໄດ້ສືບຕໍ່ຮັກສາ ສະຖານະພາບຂອງຕົນ ໃນນາມ ເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້. 

ພາກທຸລະກິດ ລັດເຊຍ ກໍ່ມີຕົວແທນ ດຳເນີນກິດຈະການ ໃນ ຂົງເຂດ ວຽກງານສໍາຫຼວດ ແລະ ຂຸດຄົ້ນບໍ່ແຮ່. 

ພວກເຮົາ ເຮັດວຽກ ຮ່ວມກັບ ຄູ່ຮ່ວມງານລາວ ເພື່ອສົ່ງເສີມ ການເຊື່ອມຕໍ່ ການທ່ອງທ່ຽວ ລະຫວ່າງ ສອງ ປະເທດ ຂອງ ພວກເຮົາ. ໂດຍສະເພາະ ແມ່ນຂໍ້ຕົກລົງ ວ່າດ້ວຍ ການຍົກເວັ້ນວີຊາ  ສຳລັບ ພົລະເມືອງລາວ ເຂົ້າໄປໃນ ອານາເຂດ ຂອງ  ສະຫະພັນ ລັດເຊຍ ແລະ ມີກໍານົດ ເປັນເວລາ 30 ວັນ, ໄດ້ມີຜົນບັງຄັບໄຊ້ ແຕ່ ວັນທີ 2 ທັນວາ ຜ່ານມາ.

  

ການຮ່ວມື ດ້ານ ມະນຸດສະທຳ ແລະ ວັດທະນະທຳ 

ໃນປີ 2017 ການພົວພັນ ທາງດ້ານ ມະນຸດສະທໍາ ໄດ້ສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ບົດບາດຕົ້ນຕໍ ໃນວຽກງານນີ້ ແມ່ນ ສູນ ວິທະຍາສາດ ແລະ ວັດທະນະທຳ ລັດເຊຍ (RCSC) ໄດ້ສືບຕໍ່ດຳເນີນກິດຈະການ ຢູ່ນະຄອນຫຼວງ ວຽງຈັນ ແຕ່ປີ 2013. 

ການຮັດແໜ້ນ ການພົວພັນ ດ້ານຂະແໜງການສຶກສາ ແມ່ນໄດ້ຮັບການເອົາໃຈໃສ່ ເປັນພິເສດ. ໃນປີນີ້, ບັນດາຜູ້ສະຫມັກ 97 ຄົນ ໄດ້ຖືກສົ່ງ ໄປສຶກສາຕໍ່ ຢູ່ຕາມບັນດາ ມະຫາວິທະຍາໄລ ລັດເຊຍ, ຖືວ່າ ເປັນ ຕົວເລກ ສະຖິຕິສູງສຸດ ທຽບໃສ່ ໄລຍະທີ່ຜ່ານມາ. ພວກເຂົາເຈົ້າ ຫລາຍຄົນໄດ້ຜ່ານການຮຽນ ພາສາ ລັດເຊຍ ຢູ່ ສູນ ວິທະຍາສາດ ແລະ ວັດທະນະທຳ ລັດເຊຍ ປະຈຳ ນະຄອນຫຼວງ ວຽງຈັນ. ສູນຂອງພວກເຮົາ ຍິນດີຕ້ອນຮັບ ທຸກຄົນ, ທູກໄວ ທີ່ສົນໃຈຢາກຮຽນ ພາສາ ລັດເຊຍ.   

ໂດຍຜ່ານການແລກປ່ຽນ ຄະນະຄູອາຈານ, ໄດ້ ເປັນການປະກອບສ່ວນ ໃນການຮັດແໜ້ນສາຍພົວພັນ ຢ່າງເປັນປະຈຳ ກັບວິທະຍາໄລ ແຫ່ງຊາດ ລາວ, ໂດຍສະເພາະກັບ ຄະນະ ພາສາ ລັດເຊຍ ໄດ້ເປັນມີການກະຕູກຊຸກຍູ້ ໃຫ້ມີການສ້າງຕັ້ງ ການພົວພັນໂດຍກົງ ລະຫວ່າງ ບັນດາ ມະຫາວິທະຍາໄລ ຂອງສອງ ປະເທດ. 

ພວກເຮົາມີຄວາມຍິນດີ ຕໍ່ການເສີມຂະຫຍາຍ ການຕິດຕໍ່ພົວພັນ ລະຫວ່າງ ໄວຫນຸ່ມ. ໃນເດືອນຕຸລາປີນີ້, ຄະນະຜູ້ແທນ ຊາວຫນຸ່ມ ລາວ ໄດ້ເຂົ້າຮ່ວມ ງານບຸນມະໂຫລານ ຊາວຫນຸ່ມ ແລະນັກສຶກສາ ໂລກ ໃນໄລຍະ ວັນທີ 14 ຫາ 22 ຕຸລາ ຜ່ານມາ ຢູ່ນະຄອນ ໂຊຈີ.