ທ່ານທູດ

ທ່ານ ກາລີນິນ ວາລາດີມີຣ ອານາໂຕເລຍວິຈ 

ເກີດໃນ ປີ 1954; 

ປີ 1977 ໄດ້ຈົບການສຶກສາຈາກສະຖາບັນ ພົວພັນສາກົນແຫ່ງລັດມົດສະກູມະຫາວິທະ ຍາໄລ MGIMOຊຶ່ງເປັນມະຫາວິທະຍາໄລຂອງກະຊວງການຕ່າງປະເທດ ແຫ່ງ ສ. ຣັດເຊຍ; 

ເລີ່ມແຕ່ປີ 1977 ເປັນຕົ້ນມາ ໄດ້ເລີ່ມເຮັດວຽກງານທາງການທູດ; 

ທ່ານ ກາລີນິນ ໄດ້ເຮັດວຽກຫລາຍຕຳແໜ່ງ ໃນກົງຈັກຂອງກະຊວງການຕ່າງປະເທດ ແລະ ລວມທັງການປະຕິບັດງານຢູ່ຕ່າງປະເທດ. ໃນໄລຍະປີ 1977-1981 ໄດ້ປະຕິບັດຫນ້າທີ່ ຢູ່ ປະເທດ ມົງໂກລີ, ໃນໄລຍະປີ 1984-1989 ແລະ 1992-1997 ແມ່ນປະຕິບັດຫນ້າທີ່ຢູ່ ປະເທດ ອິນໂດເນເຊຍ; 

ໃນໄລຍະແຕ່ປີ 2001-2005 ໄດ້ດຳລົງຕໍ່າແຫນ່ງເປັນທີ່ປຶກສາ ແລະ ທູດພິເສດຂອງສະ ຖານທູດແຫ່ງ ສ. ຣັດເຊຍ ປະຈຳ ລາຊະອານາຈັກໄທ; 

ໃນປີ 2005-2011  ໄດ້ດຳລົງຕໍ່າແຫນ່ງທີ່ປຶກສາອາວຸໂສ ໃນພະແນກການຮ່ວມມືອາຊີ ແລະ ປາຊີຟິກ ຂອງກະຊວງການຕ່າງປະເທດແຫ່ງ ສ. ຣັດເຊຍ; 

ໃນປີ 2011-2015 - ໄດ້ດຳລົງຕໍ່າແຫນ່ງກົງສຸນໃຫຍ່ຂອງຣັດເຊຍ ປະຈຳ ຮົງກົງ (PRC); 

ແຕ່ປີ 2015 ເຖິງ ເດືອນ ກັນຍາ 2019, ໄດ້ດຳລົງຕໍ່າແຫນ່ງເປັນ ຮອງຫົວໜ້າພະແນກອາຊີ, ຊຶ່ງເປັນຜູ້ທຳອິດຂອງກະຊວງການຕ່າງປະເທດແຫ່ງ ສ. ຣັດເຊຍ; 

ທ່ານ ກາລີນິນ ໄດ້ດຳລົງຕຳແໜ່ງ ການທູດພິເສດ ແລະ ເອກອັກຄະລັດຖະທູດ ຜູ້ມີອຳນາດ ເຕັມ ຂັ້ນ II; 

ທ່ານ ກາລີນິນ ສາມາດເວົ້າໄດ້ 2 ພາສາ: ພາສາມົງໂກລີ ແລະ ພາສາອັງກິດ.