ສະຖານະການ ໃນ ຢຸແກຣນ
ສະຖານະການໃນ ຢູແກຣນ ຍັງຢູ່ໃນພາວະ ສັນຍານເຕືອນໄພ. ການປະເມີນສະຖານະການເບື້ອງຕົ້ນ ຂອງ ພວກເຮົາ ກ່ຽວກັບ ຍັນຫາທີ່ເກີດຂື້ນ ໃນປະເທດນີ້ ແມ່ນບໍ່ມີຫຍັງປ່ຽນແປງ: ການບໍລິຫານປະເທດ ບໍມີລະບຽບ ແລະ ບໍ່ມີຄວາມເປັນເອກະພາບ ພາຍໃນ ຊາດ - ແມ່ນຜົນສະທ້ອນໂດຍກົງ ຈາກການລັດຖະປະຫານ ທີ່ຜິດ ລັດຖະທຳມະນູນ ເມື່ອ ວັນທີ 22 ເດືອນ ກຸມພາ ປີ 2014 ໂດຍ ໄດ້ຮັບການຕົກລົງ ແລະ ການສະຫນູນ ຈາກພາຍນອກ.
ພວກເຮົາ ຫມັ້ນໃຈວ່າ ວິກິດການ ໃນ ຢູແກຣນ ສາມາດແກ້ໄດ້ ພຽງແຕ່ ໃນທາງສັນຕິວິທີ ບົນພື້ນຖານ ຂອງ ຂໍ້ຕົກລົງ ມິນສກ ລົງວັນທີ 12 ກຸມພາ 2015, ໂດຍມີ ບັນດາຜູ້ຕາງຫນ້າ ຂອງສາທາລະນະລັດ ປະຊາຊົນ ໂດແນສກ, ສາທາລະນະລັດ ປະຊາຊົນ ລູຮັນສກ ແລະ ເຈົ້າຫນ້າທີ່ ອຳນາການປົກຄອງ ຕົວເມືອງ ກິແອບ ທີ່ໄດ້ຮັບ ກັບການສະໜັບສະໜູນ ຊ່ວຍເຫຼືອ ຂອງ ລັດເຊຍ, ຝຣັ່ງ ແລະ ເຢຍລະມັນ.
ພວກເຮົາເຊື່ອວ່າ ສະຫະລັດ ອາເມລິກາ ຄວນນຳ ໃຊ້ ອິດທິພົນທັງຫມົດ ທີ່ສໍາຄັນ ຂອງຕົນ ເພື່ອເຮັດໃຫ້ ກີແອບ ຢຸດຕິ ການປະທ້ວງຍຸຍົງ ໃນອານາເຂດ ຂອງ ຕົວເມືອງ ໂດນບາສ.
ພວກເຮົາເຫັນດີ ຕໍ່ ການນໍາໃຊ້ ກອງກຳລັງ ຮັກສາຄວາມສະຫງົບ ຂອງ ອົງການ ສະຫະປະຊາຊາດ ໃຫ້ປະຈຳ ຢູ່ສາຍດ່ວນ.
ຄວາມຄິດເຫັນນີ້ ແມ່ນໄດ້ຖືກກໍານົດໄວ້ ໃນຮ່າງ ມະຕິ ທີ່ມີຢູ່ໃນຕາຕະລາງ ຂອງ ສະພາຄວາມຫມັ້ນຄົງ ແຫ່ງ ສະຫະປະຊາຊາດ ເປັນເວລາປະມານ ສອງສາມເດືອນແລ້ວ. ເນື້ອຄວາມ ຂອງ ມະຕິ ດັ່ງກ່າວ ໃນຕອນທຳອິດ ແມ່ນ ກ່າວເຖິງ ການກໍ່ວິນາດສະກຳ ຂອງ ຢູແກຣນ, ບໍ່ຮັບປະກັນ ຄວາມປອດໄພ ຂອງ ອົງການ ການຮ່ວມມື ແລະ ຄວາມປອກໄພ ຂອງ ເອີຮົບ (OSCE) ທີ່ ປະຕິບັດຕາມ ໜ້າທີ່ ຂອງຕົນ ໃນການຕິດຕາມ ການປະຕິບັດ ຂໍ້ຕົກລົງ ມິນສກ, ແຕ່ ໄປຊີ້ແຈງເຖິງ ການຮູກຮານ ຂອງ ກຳລັງຕ່າງໆ, ຕັດຂາດ ສາຍຕິດຕໍ່ສື່ສານ ກັບພາຍນອກ ທັງໝົດ ຂອງ ໂດນບາສ , ຫຼັງຈາກນັ້ນ ໄດ້ສ້າງຕັ້ງ ລະບຽບການ ຂອງຕົນຂຶ້ນ, ປະຕິເສດ ການປະຕິບັດ ຂໍ້ຕົກລົງ ມິນສກ ຢ່າງສິ້ນເຊີງ.
ໃນເວລາດຽວກັນ, ພວກເຮົາ ໄດ້ຊາບກ່ຽວກັບ ຖະແຫຼງການ ຈາກ ນະຄອນຫຼວງ ອື່ນໆ, ບ່ອນມີ ຜູ້ທີ່ ມີຄວາມຮັບຜິດຊອບສູງ, ທັງ ຈາກ ນະຄອນຫຼວງ ປາຣີ ແລະ ແບກແລງ, ຜູ້ມີໜ້າທີ່ໃນການແກ້ໄຂບັນຫານີ້ ກ່າວວ່າ ມັນຈໍາເປັນ ຕ້ອງດຳເນີນການ ຕາມ ຄຳສະເຫນີ ຂອງ ລັດເຊຍ. ການຖະແຫຼງໃນທຳນອງດຽວກັນ, ກະຊວງ ການຕ່າງປະເທດ ສະຫະລັດ ອາເມລິກາ ໄດ້ກ່າວວ່າ ຕົວແທນພິເສດ ຂອງຕົນໃນການແກ້ໄຂ ບັນຫາ ຢູແກຣນ ແມ່ນ ທ່ານ ກ. ໂວນເກີ.