ການຕໍ່ສູ້ ຕ້ານການກໍ່ການຮ້າຍສາກົນ, ສະຖານະການໃນ ຊີຣີ
ໃນປະເທດ ຊີຣີ, ຍັງດຳເນີນການສືບຕໍ່ ໃນຂັ້ນຕອນສຸດທ້າຍ ຂອງ ການທຳລາຍ ຖານທີ່ໝັ້ນ ທາງການເມືອງ - ການທະຫານ ຂອງ ກູ່ມ ໄອຊິລ (ISIL). ດ້ວຍການສະຫນັບສະຫນູນ ຂອງ ກອງທັບອາກາດ ລັດເຊຍ, ກໍາລັງປະກອບອາວຸດ ຊີີຣີ ໄດ້ ກວດລ້າງ ການຕັ້ງຖິ່ນຖານ ຂອງ ກຸ່ມ ໄອຊິລ ອອກຈາກ ສະຖານທີ່ ຊູມຊົນ.
ກອງທັບ ລັດເຊຍ ແລະ ຊີຣີ ໄດ້ຈັດຕັ້ງ ການຈັດສົ່ງຢາ, ນ້ຳ ແລະ ສະບຽງ ອາຫານໃຫ້ແກ່ ຕົວເມືອງ ທີ່ໄດ້ ຖືກປົດປ່ອຍ ອອກຈາກ ກຳລັງຂອງພວກກໍ່ການຮ້າຍ.
ການກຳຈັດ ພວກກໍ່ການຮ້າຍ, ການສ້າງຕັ້ງ ການດໍາເນີນການ ເພື່ອລົດຜ່ອນຄວາມເຄັ່ງຕຶງ ໃນກອບ ຂອງ ຂະບວນການ ອາສະຕານາ, ໄດ້ເປັນການ ປະກອບສ່ວນຢ່າງອັນສຳຄັນ ໃຫ້ແກ່ການປັບປຸງ ສະຖານະການພາຍໃນປະເທດ ໃຫ້ດີຂຶ້້ນ. ຢ່າງໃດກໍ່ຕາມ, ການປ່ຽນແປງ ໄປໃນທາງບວກ ເຫຼົ່ານີ້ຕ້ອງໄດ້ຮັບ ການຊ່ວຍເຫຼືອ ໃນການແກ້ໄຂບັນຫາ ໃນທາງການເມືອງ, ການຊ່ວຍເຫຼືອດ້ານມະນຸດສະທໍາ ຈາກ ສາກົນ, ການຊ່ວຍເຫຼືອ ໃນການຮື້ຖອນ ລະເບີດຝັງດິນ, ການຟື້ນຟູໂຄງສ້າງພື້ນຖານ ເສດຖະກິດ - ສັງຄົມ. ມີແຕ່ ດໍາເນີນການຕາມ ເສັ້ນທາງນີ້ ຈຶ່ງຈະ ສາມາດຮັບປະກັນ ເພື່ອບໍ່ໃຫ້ສະຖານະການ ກັບຄືນສູ່ສະພາບເດີມ ແລະ ຈຶ່ງຈະມີສະຖຽນລະພາບຢ່າງຍາວນານ ໃນ ຊີຣີ.
ເມື່ອວັນທີ 22 ພະຈິກ ທີ່ ນະຄອນ ໂຊຈີ ໄດ້ ຈັດກອງປະຊຸມ ໂດຍ ມີ ປະທາທິບໍດີ ລັດເຊຍ, ຕວກກີ ແລະ ອີຣານ, ໄດ້ຮຽກຮ້ອງ ບັນດາ ຜູ້ຕາງໜ້າ ລັດຖະບານ ແລະ ຝ່າຍຄ້ານ ຂອງ ປະເທດ ຊີຣີທີ່ມີຄວາມໝັ້ນໃຈ ຕໍ່ ອະທິປະໄຕ, ເອກະລາດ, ເອກກະພາບ, ຜືນແຜ່ນດິນ ອັນຄົບຖ້ວນ ແລະ ບໍ່ແມ່ນເປັນລັກຊະນະ ເປັນພາກສ່ວນໃດໜຶ່ງ ຂອງ ລັດຖະບານ ຊີຣີ, ມາຮ່ວມ ໃນກອງປະຊູມ ແບບສ້າງສັນ.
ພວກເຮົາຄາດຫວັງວ່າ ຝ່າຍ ອາເມລິກາ ຈະປະຕິບັດ ບັນດາ ຂໍ້ຕົກລົງ ວ່າດ້ວຍ ການຕໍ່ສູ້ກັບການກໍ່ການຮ້າຍດັ່ງກ່າວ ຢ່າງເຂັ້ມງວດ ຕາມທີ່ໄດ້ ບັນທຶກໄວ້ ໃນຄໍາຖະແຫຼງຮ່ວມ ຂອງປະທານາທິບໍດີ ຣັດເຊຍ ແລະ ສະຫະລັດ ອາເມລິກາ "ຖ່າມກາງ" ບັນດາ ປະເທດ ສະມາຊິກ ຂອງ ກອງປະຊຸມ ອາເປັກ (APEC) ຢູ່ ເມືອງ ດານັ້ງ ເມື່ອ ວັນທີ 11 ພະຈິກ 2017 ຜ່ານມາ.
ກ່ຽວກັບບັນຫາ ທີ່ພົວພັນເຖິງ ຈຸດຢືນກ່ຽວກັບ ເນຶ້ອຄວາມ ຂອງ ບັນດາການສົນທະນາ ທີ່ຕື່ນເຕັ້ນ ກ່່ຽວກັບ ບັນຫາ ການຳໄຊ້ ອາວູດ ເຄມີ ຂອງ ຝ່າຍ ລັດຖະບານ ຊີຣີ, ພວກເຮົາ ໄດ້ລາຍງານວ່າ ວຽກງານທີ່ ໄດ້ດໍາເນີນ ໂດຍກົນໄກ ຂອງ ການສືບສວນ-ສອບສວນ ຮ່ວມກັນ ໄດ້ ມີການລະເມີດ ຂັ້ນຕອນ ຕ່າງໆ ທີ່ຖືກສ້າງຂຶ້ນ ໂດຍກົນໄກ ຂອງ ສົນທິສັນຍາ ວ່າດ້ວຍ ອາວຸດເຄມີ (CWC), ໂດຍບໍ່ໄດ້ໄປເຖິງບ່ອນ ທີ່ຖືກກ່າວຫາວ່າ ໄດ້ນຳໃຊ້ສານເຄມີ. ກ່ຽວກັບເລື່ອງນີ້, ເຫັນວ່າມີຄວາມສົງໃສ ກ່ຽວກັບ ວັດຖຸປະສົງ ຂອງ ການສືບສວນດັ່ງກ່າວນີ້.