ການພົວພັນ ກັບ ອາຊຽນ
ພວກເຮົາຖືສໍາຄັນຫຼາຍ ຕໍ່ການພັດທະນາ ສາຍພົວພັນ ມິດຕະພາບ ກັບບັນດາ ປະເທດໃນພາກພື້ນ ບົນພື້ນຖານ ຂອງ ການພົວພັນ ສອງຝ່າຍ, ແລະ ການຂະຫຍາຍ ການສົນທະນາ ແບບຫຼາຍຝ່າຍ ໃນຮູບແບບ ຂອງ ກອງປະຊູມ ສະຫະສະມາຄົມ ແລະ ພາກພື້ນ. ພວກເຮົາ ສະຫນັບສະຫນູນ ຄວາມຕັ້ງໃຈ ຂອງ ສະມຄົມອາຊຽນ ທີ່ຈະມີບົດບາດ ສໍາຄັນ ໃນການເຊື່ອມໂຍງ ພາກພື້ນ.
ພວກເຮົາ ມີຄວາມຍິນດີ ເປັນຢ່າງຍິ່ງ ໃນຊ່ວງຊຸມປີ ທີ່ຜ່ານມາ, ລາວ ເປັນປະເທດ ເພື່ອນມິດ ໄດ້ຮັບພາລະ ເປັນ ຂອງຜູ້ປະສານງານ ຂອງຄູ່ເຈລະຈາ ລັດເຊຍ - ອາຊຽນ. ພວກເຮົາ ມີຄວາມພໍໃຈ ຕໍ່ການພັດທະນາ ສາຍພົວພັນ ລະຫວ່າງ ລັດເຊຍ ແລະ ອາຊຽນ ໃນຍຸກປະຈຸບັນ ແມ່ນຍ້ອນການສະໜັບສະໜູນ ຂອງ ສ.ປ.ປ.ລາວ.