10 ເດືອນຕຸລາ / 2018

ຣັດເຊຍ ຈະສະຫນອງການຊ່ວຍເຫຼືອແກ່ ສປປ ລາວ ໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ຢູ່ພາຍໃນປະເທດ


ເພື່ອ​ເປັນການປະຕິບັດຄໍາສັ່ງ ຂອງປະທານາທິບໍດີ ​ແຫ່ງ ສ. ຣັດເຊຍ, ​ສູນປະຕິບັດງານແຫ່ງຊາດ ຂອງກອງກໍາລັງປະກອບອາວຸດ​ແຫ່ງ ສ. ຣັດເຊຍ ໄດ້​ມີ​ການຈັດ​ສົ່ງ​ຫນ່ວຍ​ງານ ໄປຍັງ ສປປ ລາວ ເພື່ອຊ່ວຍເຫຼືອ ສປປ ລາວ ​ໃນ​ການ​ເກັບ​ກູ້​ລະ​ເບີດທີ່​ບໍ່​ທັນ​ແຕກ ຢູ່​ພາຍ​ໃນ​ປະ​ເທດ.

ການ​ປະຕິ​ບັ​ດງານ​ເກັບ​ກູ້​ລະ​ເບີດ ຈະ​ໃຊ້​ເວລາ​ປະມານ 05 ​ເດືອນ, ຊຶ່ງ​ເລີ່​ມ​ແຕ່ເດືອນ ຕຸລາ 2018 ຫາ ​ເດືອນ ມີນາ 2019. ນອກ​ນັ້ນ, ຊ່ຽວຊານ ຣັດ​ເຊຍ ຍັງ​ຈະ​ຊ່ວຍ​ຝຶກອົບຮົມ​ໃຫ້​ແກ່ ພະນັກງານ​ຂອງ ສປປ ລາວ ​ແລະ ຈະ​ຊ່ວຍ​ພວກ​ເຂົາ​ໃນ​ການ​ຄົ້ນ​ຫາ ​ແລະ ສິດ​ສອນວິທີການ​ປ້ອງ​ກັນ​ຕົວ​ແບບ​ບຸກຄົນ.

ໃນລະຫວ່າງການປະຕິບັດງານຢູ່ ສປປ ລາວ, ຣັດ​ເຊຍ ຈະ​ສ້າງສາຂາຂອງ​ສູນປະຕິບັດງານແຫ່ງຊາດ ຂອງກອງກໍາລັງປະກອບອາວຸດ​ແຫ່ງ ສ. ຣັດເຊຍ ຂື້ນ, ເຊິ່ງຈະກາຍເປັນສາຂາທີ 02 ຂອງຫນ່ວຍງານດັ່ງກ່າວ ທີ່ຕັ້ງຢູ່ຕ່າງປະເທດ. ໃນປີ 2017 ສູນເກັບກູ້ລະເບີດແຫ່ງ ສ. ຣັດ​ເຊຍ ດັ່ງກ່າວ ​ໄດ້​​ໄປ​ປະຕິບັ​ດງານ​ ຢູ່ ຊີຣີ.

​ໃນ​ໄລຍະ​ສົງຄາມ​ອິນດູຈີນ ຄັ້ງ​ທີ 02, ອາ​ເມ​ລິ​ກາ ​ໄດ້​ຖີ້ມລູກລະ​ເບີດ ຢູ່ ລາວ ປະມານ 270 ລ້ານ​ລູກ, ປະມານ 1/3 ຂອງ​ລູກ​ລະ​ເບີດ​ຈຳນວນ​ດັ່ງກ່າ​ວ ​ແມ່ນ​ຍັງ​ບໍ່​ໄດ້​ຖືກ​ທຳ​ລາຍ.