ຣັດເຊຍ ໄດ້ໃຫ້ສັດຕະຍາບັນໃນສັນທິສັນຍາ ກັບ ສປປ ລາວ ວ່າດ້ວຍການໂອນຕົວນັກໂທດ.
ທ່ານ Vladimir Putin, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ ໄດ້ລົງນາມໃນກົດຫມາຍວ່າດ້ວຍ ການໃຫ້ສັດຕະຍາບັນ ລະຫວ່າງ ຣັດເຊຍ-ລາວ ກ່ຽວກັບການໂອນຕົວນັກໂທດຜູ້ທີ່ຖຶກຕັດອິດສະຫຼະພາບ.
ສົນທິສັນຍາ ສະບັບດັ່ງກ່າວ ໄດ້ລົງນາມໃນວັນທີ 26 ກັນຍາ 2017 ທີ່ ນະຄອນຫຼວງມົດສະກູ, ສ. ຣັດເຊຍ ແລະ ມີຈຸດປະສົງໃນການສ້າງກອບກົດຫມາຍສາກົນ ໃນຂອບການຮ່ວມມືສອງຝ່າຍ ກ່ຽວກັບການໂອນຕົວນັກໂທດ ຜູ້ທີ່ຖືກຕັດອິດສະຫຼະພາບ ທີ່ຈະຊ່ວຍປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງ ຣັດເຊຍ ແລະ ສປປ ລາວ ໄດ້ຢ່າງຖືກຕ້ອງຕາມກົດຫມາຍ.