ທ່ານ ມີຄາຍອິນ ບາຣານອບ, ເອກອັກຄະລັດຖະທູດ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ: 'ພວກເຮົາ ຄວນ ປ້ອງກັນ ບໍ່ໃຫ້ ມີຄວາມພະຍາຍາມ ໃນການຂຽນປະຫວັດສາດ ສົງຄາມໂລກ ຄັ້ງທີສອງ ຄືນໃໝ່'

ທ່ານ ມີຄາຍອິນ ບາຣານອບ, ເອກອັກຄະລັດຖະທູດ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ: 'ພວກເຮົາ ຄວນ ປ້ອງກັນ ບໍ່ໃຫ້ ມີຄວາມພະຍາຍາມ ໃນການຂຽນປະຫວັດສາດ ສົງຄາມໂລກ ຄັ້ງທີສອງ ຄືນໃໝ່'

ໃນວັນທີ 1 ເດືອນ ກັນຍາ ທົ່ວໂລກ ລະນຶກເຖິງ ວັນຄົບຮອບ 80 ປີ ຂອງການເລີ້ມຕົ້ນສົງຄາມໂລກ ຄັ້ງທີສອງ - ສົງຄາມທີ່ໂຫດຮ້າຍທີ່ສຸດ ແລະ ເປັນໄພພິບັດ ທາງການທະຫານທີ່ ໜ້າ ຢ້ານກົວທີ່ສຸດໃນປະຫວັດສາດ ຂອງ ມວນມະນຸດ ເຊິ່ງໄດ້ປ່ຽນແປງ ຊາຕາກຳ ຂອງ ບັນດາ ປະຊາຊາດສ່ວນໃຫຍ່ ໃນ ໂລກ. ກອງກຳລັງ ທະຫານ ນາຊີ ໄດ້ ກໍ່ອາຊະຍາກຳ ຕໍ່ ປະຊາຊົນ ທີ່ມີຄວາມສະຫງົບສຸກ ຊຶ່ງບໍ່ອາດສາມາດຮູ້ເຫັນໄດ້ ໃນອານາເຂດ ຍຶດຄອງ, ເຊັ່ນການທໍລະມານ ແລະ ການເຂັນຂ້າ ປະຊາຊົນ ຈຳນວນ ຫຼາຍລ້ານຄົນ ເນື່ອງຈາກ ພວກເຂົາ ເປັນຊາວຕ່າງຊາດ, ການເມືອງ ແລະ ສາສະໜາ.

 ໄຊຊະນະ ເໜືອກອງກຳລັງ ພວກນາຊີ ແມ່ນ ເກີດຈາກຄວາມພະຍາຍາມ ຮ່ວມກັນ ຂອງ ຫຼາຍປະເທດ, ໂດຍສະເພາະ ສະຫະພາບ ໂຊວຽດ, ອັງກິດ, ສະຫະລັດ ອາເມລິກາ ແລະ ຈີນ. ມາຮອດໄລຍະ ໄກ້ຈະສິ້ນສຸດສົງຄາມ ມີຫລາຍກວ່າ 53 ປະເທດ ໄດ້ຕໍ່ສູ້ຕ້ານ ພວກນາຊີ. ມູນຄ່າ ຂອງ ໄຊຊະນະນັ້ນ ແມ່ນ ເປັນຈຳນວນ ມະຫາສານ. ຂ້າພະເຈົ້າ ຂໍຢຳ້ວ່າ ປະເທດ ຂອງ ພວກເຮົາ ໄດ້ ສູນເສຍຊີວິດ ຈຳນວນ 26,6 ລ້ານຄົນ, ໃນນັ້ນນາຍ ມີພົນທະຫານ 8.6 ລ້ານຄົນ ແລະ ພົນລະເມືອງ ທີ່ບໍ່ມີສ່ວນໃນການສູ້ຮົບ 19 ລ້ານຄົນ. ຈຳນວນດັ່ງກ່າວ ແມ່ນຫຼາຍ ກວ່າ ຈຳນວນສູນເສຍ ຂອງ ບັນດາ ປະເທດ ພັນທະມິດ ຝ່າຍຕາເວັນຕົກ ຂອງພວກເຮົາ ຕັ້ງຫຼາຍເທົ່າ.

ຍ້ອນຄວາມກ້າຫານ ຂອງ ສະຫະພາບ ໂຊວຽດ ແລະ ກຳລັງ ທະຫານ ຂອງ ປະເທດ ພັນທະສິດ ໄດ້ເຮັດໃຫ້ ໂລກໄດ້ມີການຫັນປ່ຽນ ໄປສູ່ ປະຊາທິປະໄຕ, ໂດຍສະເພາະ ແມ່ນ ຂະບວນການປົດປ່ອຍ ຊາດ ໃນ ບັນດາ ປະເທດ ທີ່ເປັນອານານິຄົມ. ທ່ານ ໄກສອນ ພົມວິຫານ, ອະດີດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວວ່າ “ ຜົນສຳເລັດ ທີ່ເປັນອະມະຕະ ຂອງ ສະຫະພາບ ໂຊວຽດ ແລະ ປະຊາຊົນ ໂຊວຽດ ທັງໝົດ ໃນຊ່ວງໄລຍະ ມະຫາສົງຄາມ ປ້ອງກັນປິຕຸພູມ ມີບົດບາດສຳຄັນ ໃນການຕັດສິນໃຈ ກຳນົດ ຊະຕາກັມ ຂອງ ມວນມະນຸດ ໃນຖ່າມກາງ ສົງຄາມ ໂລກ ຄັ້ງທີສອງ. ພວກເຂົາເຈົ້າ ບໍ່ພຽງແຕ່ຊ່ວຍ ຊີວິດ ມະນຸດຊາດ ອອກຈາກ ການເປັນ ຂ້າທາດ ຂອງ ພວກຟາຊິດ ແລະ ອຳນາດ ຂຸນເສິກ. ພວກເຂົາເຈົ້າ ຍັງສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ ການລຸກຮືຂຶ້ນ ຂອງ ລະບອບ ປະຊາທິປະໄຕ ຂອງປະຊາຊົນ ໃນປະເທດອື່ນໆ. ໃນໄລຍະທ້າຍ ຂອງ ສົງຄາມດັ່ງກ່າວ ມີ ປະເທດ ອາຊີ ເປັນຕົ້ນແມ່ນ: ຫວຽດນາມ ແລະ ອິນໂດເນເຊຍ ໄດ້ປະກາດເອກະລາດ ຂອງ ຕົນ. ປະເທດ ລາວ ກໍ່ຮ່ວມ ຢູ່ໃນໃນລາຍຊື່ ຂອງບັນດາ ປະເທດ ເອກະລາດ ໃນປີ 1945 ເຊັ່ນດຽວກັນ.

ໄຊຊະນະ ຂອງ ພວກເຮົາ ໃນສົງຄາມ ໂລກ ຄັ້ງທີສອງ ຍັງມີຄວາມໝາຍສຳຄັນ ອັນໃຫຍ່ຫຼວງຕໍ່ ໂລກ. ສິ່ງທີ່ເອີ້ນວ່າ ຂະບວນການ Yalta-Potsdam ທີ່ຖືໄດ້ກສ້າງຕັ້ງຂື້ນໂດຍກຸ່ມ ພັນທະມິດ ໄດ້ປະສົບຜົນ ສຳເລັດໃນການ ປ້ອງກັນ ບັນດາ ສົງຄາມ ຂະໜາດໃຫຍ່ໃນໂລກ ມາເປັນເວລານານຫຼາຍກວ່າ ເຄິ່ງສັດຕະວັດ. ຜົນສຳເລັດ ອີກອັນໜຶ່ງທີ່ສຳຄັນ ຂອງ ໄຊຊະນະ ຂອງ ພວກເຮົາ ແມ່ນການສ້າງຕັ້ງ ອົງການ ສະຫະປະຊາຊາດ ເພື່ອແນໃສ່ຊຸກຍູ້ ການຮ່ວມມື ສາກົນ ແລະ ສະກັດກັ້ນ ການເກີດເສິກສົງຄາມ.

ແຕ່ ໜ້າ ເສຍດາຍ, ດຽວນີ້ ບາງກຸ່ມການເມືອງ ຂອງ ປະເທດຕ່າງໆ ຈຳນວນໜຶ່ງ ພະຍາຍາມ ເຮັດໃຫ້ ລັດເຊຍ ເຊື່ອມເສຍຊື່ສຽງ ດ້ວຍວິທີ ອັບປະຍົດ ປອມແປງ ຂໍ້ມູນ ຂອງ ສົງຄາມ ເພື່ອແນໃສ່ກຂຽນປະຫວັດສາດຄືນໃໝ່ ແລະ ເຮັດໃຫ້ໂລກ ລືມບົດບາດ ຂອງ ປະຊາຊົນ ໂຊວຽດ ໃນສົງຄາມ ໂລກ ຄັ້ງທີສອງ. ເມື່ອບໍ່ດົນມານີ້ ພວກເຮົາ ມີ ຫຼັກຖານ ກ່ຽວກັບ ການພິມເຜີຍແຜ່ ຂ່າວບິດຂ່າວເບືອນ ໂດຍກ່າວຫາວ່າ "ຄວາມຜິດ ຂອງ ສະຫະພາບ ໂຊວຽດ ໃນການເລີ່ມຕົ້ນ ສົງຄາມ" ແມ່ນການ ເຊັນ ສົນທິສັນຍາ ບໍ່ຮຸກຮານ ກັບ ເຢຍລະມັນ ເຊິ່ງເປັນ ຂໍ້ກ່າວຫາ ທີ່ບໍ່ ສາມາດຍອມຮັບໄດ້.

ຕາມຄວາມເປັນຈິງແລ້ວ, ມັນມີລະບົບຕ່ອງໂສ້ ທີ່ຍາວຢຽດ ຂອງ ເຫດການ ໃນ ເອີຣົບ ທີ່ເຮັດໃຫ້ເກີດສົງຄາມ. ໂດຍສະເພາະ ບາດກ້າວ ທຳອິດ ແມ່ນການສ້າງຕັ້ງ ລະບອບ ນາຊີ ໃນປະເທດ ເຢຍລະມັນ ຊຶ່ງ ສົນທິສັນຍາ ແວກຊາຍ (Versailles) ທີ່ເຮັດໃຫ້ ສົງຄາມໂລກ ຄັ້ງທີໜຶ່ງ ສິ້ນສຸດລົງ, ແຕ່ອີກດ້ານ ໜຶ່ງ - ເປັນການກະຕຸ້ນໃຫ້ເກີດມີ ລັດທິຟາຊິດ ໃນ ເຢຍລະມັນ. ຂໍ້ຈຳກັດ ທີ່ເຄັ່ງຄັດ ຂອງ ກຸງ ແບກແລງ ເຮັດໃຫ້ເກີດ ຄວາມຜິດຫວັງ ລະດັບຊາດ ຊຶ່ງເປັນ ປັດໃຈໜຶ່ງ ເຮັດໃຫ້ ຟາຊິດ ແລະ ພັກ ນາຊີ ທີ່ໄດ້ຮັບ ຄວາມນິຍົມຊົມຊອບ ໃນໝູ່ ປະຊາຊົນຊາວ ເຢຍລະມັນ.

ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ກະຕຸ້ນ ໃຫ້ແກ່ການເລີ່ມຕົ້ນ ສົງຄາມໂລກ ຄັ້ງທີ ສອງ ແມ່ນ ການ ລົງນາມ ເຊັນສັນຍາ ອັນທີ່ເອີ້ນວ່າ ຂໍ້ຕົກລົງ ມູນນິກ (Munich) ໂດຍ ນາຊີ ເຢຍລະມັນ, ອັງກິດ, ຝຣັ່ງ ແລະ ອີຕາລີ ໃນເດືອນ ກັນຍາ ປີ 1938 ເຊິ່ງໄດ້ ຍົກ ເມືອງ ຊູເດເຕັນ (Sudeten) ຂອງ ເຊັກໂກສໂລວາກີ ໃຫ້ ແກ່ເຢຍລະມັນ. ຕໍ່ມາໃນປີ 1939 ປະເທດ ເຢຍລະມັນ ໄດ້ຄອບຄອງ ດິນແດນທັງ ໝົດ ຂອງ ປະເທດນີ້ ແລະ ສ້າງປະເທດ ເຊັກໂກສໂລວາກີ  ເປັນ ປະເທດ ຮຸ່ນເຊີດ ຂອງຕົນ. ຄວາມພະຍາຍາມໃດໆ ຂອງ ສະຫະພາບ ໂຊວຽດ ໃນການ ໃຫ້ການຊ່ວຍເຫຼືອ ທາງທະຫານ ແກ່  ເຊັກໂກສໂລວາກີ ແມ່ນ ໄດ້ຖືກປະຕິເສດ ໂດຍ " ພັນທະມິດ ຝ່າຍຕາເວັນຕົກ" ຂອງຕົນ.

ຂໍ້ຕົກລົງ Munich ແມ່ນ ຫຼັກຖານທີ່ ສຳຄັນທີ່ສຸດ ຂອງ ອຳນາດ ເອີຣົບ ທີ່ໄດ້ສົມຮູ້ຮ່ວມຄິດ ກັບ ຮິດເລີ (Hitler) ເຮັດໃຫ້ ເຢຍລະມັນ ເລີ້ມດຳເນີນການ ທາງການທະຫານ ມຸ້ງສູ່ ສສສຊ (ສະຫະພາບ ໂຊວຽດ). ໃນເວລານັ້ນ ສຳລັບປະເທດ ຂອງພວກເຮົາ ແມ່ນ ການຮັບປະກັນ ຜົນປະໂຫຍດ ແຫ່ງຊາດ ຂອງຕົນ ເປັນສິ່ງ ສຳ ຄັນທີ່ສຸດ ແລະ ການປ້ອງກັນ ການຮຸກຮານຂອງ Hitler ທີ່ແຜ່ຂະຫຍາຍ ມາທາງ ທິດຕາເວັນອອກ. ເຈົ້າໜ້າທີ່ ຂອງ ພວກເຮົາ ຮູ້ວ່າ ຕໍ່ໄປ ຜູ້ຖືກເຄາະຮ້າຍ ຈາກ ຮິດເລີ ຈະແມ່ນ ໂປໂລຍ ແລະ ບັນດາປະເທດ Baltic, ຈາກນັ້ນຈຶ່ງແມ່ນ ສະຫະພາບ ໂຊວຽດ. ນັກການທູດ ຂອງ ພວກເຮົາ ໄດ້ພະຍາຍາມ ສຸດຄວາມສາມາດ ຂອງຕົນ ເພື່ອສ້າງ ພັນທະມິດ ຕ້ານ ເຢຍລະມັນ, ແຕ່ ຄວາມພະຍາຍາມ ເຫຼົ່ານີ້ ບໍ່ໄດ້ຮັບ ການສະໜັບສະໜູນ ຈາກ ລອນດອນ. ດັ່ງນັ້ນ, ສສສຊ ຈຶ່ງບໍ່ມີທາງເລືອກ, ນອກຈາກ ເຊັນຂໍ້ຕົກລົງ ການບໍ່ຮຸກຮານ ກັບ ເຢຍລະມັນ ໃນເດືອນ ສິງຫາ ປີ 1939, ເພື່ອແກ່ຍາວເວລາ ໃນກະກຽມໃຫ້ແກ່ ການສູ້ຮົບ ທີ່ອາດຈະເກີດຂື້ນກັບ ເຢຍລະມັນ.

ບົດຮຽນ ທາງປະຫວັດສາດ ໄດ້ໃຫ້ຮູ້ວ່າ ກາລະໂອກາດ ທີ່ຈະເຂົ້າໃຈ ວິທີການຕ່າງໆ ເພື່ອຫລີກລ້ຽງ ຄວາມຜິດພາດ ທີ່ຮ້າຍແຮງ ອັນນຳໄປສູ່ ໄພພິບັດໃນສົງຄາມ. ຫນ້າເສຍດາຍ, ໃນຍຸກນີ້ພວກເຂົາ ມັກຈະຖືກ ລະເລີຍ ບົດຮຽນ ດັ່ງກ່າວ. ຍ້ອນ ຄວາມພະຍາຍາມ ຂອງ ບັນດາປະເທດ ຕາເວັນຕົກ ເພື່ອທຳລາຍ ຊື່ສຽງ ບົດບາດ ຂອງ ສສສຊ (USSR) ໃນສົງຄາມໂລກ ຄັ້ງທີ ສອງ, ໂລກ ສ່ຽງຕໍ່ການຫຼົງລືມ ຄວາມສຳຄັນ ອັນຍິ່ງໃຫຍ່ ຂອງການເອົາຊະນະ ລັດທິ ຟາຊິດ ແລະ ລັດທິ ນາຊີ ເພື່ອ ຊາຕາກຳ ຂອງ ມວນມະນຸດ ແລະ ມູນຄ່າ ມະຫາສານ ຂອງມັນ, ສະເພາະ ໃນປະເທດ ຂ້າພະເຈົ້າ ແມ່ນ ມີສູງເຖິງ ຫລາຍສິບລ້ານ ຊີວິດ.

ມັນເປັນສິ່ງສຳຄັນ ທີ່ມະນຸດ ຈະຕ້ອງຈົດຈຳ ປະຫວັດສາດນີ້ ແລະ ລະນຶກເຖິງ ເຖິງ ຫຼາຽໆລ້ານຄົນ ເສຍຊີວິດ ທີ່ໄດ້ເຂົ້າຮ່ວມໃນການຕໍ່ສູ້. ທຸກຄົນ ຄວນມີສ່ວນຮ່ວມ ໃນເຄົ້າມູນນີ້ - ກ່ອນອື່ນ ໝົດ ແມ່ນການສິດສອນ ບົດຮຽນ ກ່ຽວກັບ ສົງຄາມໂລກ ຄັ້ງທີສອງ ໃຫ້ແກ່ລູກຫຼານ ຂອງ ຕົນ ແລະ ປ້ອງກັນບໍ່ ໃຫ້ ມີການບິດເບືອນ ຄວາມຈິງ ເພື່ອ ຜົນປະໂຫຽດ ການເມືອງ.