ວັນທີ 31 ກໍລະກົດ, ທີ່ ບາງກອກ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສະຫະພັນຣັດເຊຍ ໄດ້ຈັດກອງປະຊຸມແບບປົກກະຕິ ກັບບັນດາເພື່ອນຮ່ວມງານຈາກປະເທດ ອາຊຽນ, ຊຶ່ງການປະຊຸມຄັ້ງນີ້ ແມ່ນເປັນຄັ້ງທຳອິດ ພາຍຫຼັງໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືແບບຍຸດທະສາດ ລະຫວ່າງ ຣັດເຊຍ-ອາຊຽນ ຢູ່ທີ່ ກອງ


ວັນທີ 31 ກໍລະກົດ, ທີ່ ບາງກອກ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສະຫະພັນຣັດເຊຍ ໄດ້ຈັດກອງປະຊຸມແບບປົກກະຕິ ກັບບັນດາເພື່ອນຮ່ວມງານຈາກປະເທດ ອາຊຽນ, ຊຶ່ງການປະຊຸມຄັ້ງນີ້ ແມ່ນເປັນຄັ້ງທຳອິດ ພາຍຫຼັງໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືແບບຍຸດທະສາດ ລະຫວ່າງ ຣັດເຊຍ-ອາຊຽນ ຢູ່ທີ່ ກອງປະຊຸມສຸດຍອດ ຣັດເຊຍ - ອາຊຽນ ທີ່ ສິງກະໂປ ໃນເດືອນ ພະຈິກ 2018 ຜ່ານມາ.

ຄວາມພະຍາຍາມຂອງພວກເຮົາ ແມ່ນແນໃສ່ສົ່ງເສີມຜົນປະໂຫຍດໄລຍະຍາວຂອງ ຣັດເຊຍ ໃນເຂດພາກພື້ນອາຊີປາຊີຟິກ, ເພີ່ມທະວີການຮ່ວມມືກັບ ອາຊຽນ, ລວມທັງໃນຂອບຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ເວທີພາກພື້ນ ອາຊຽນ ເພື່ອຄວາມປອດໄພ, ເສີມສ້າງຄວາມສົມດຸນ, ສະເໝີພາບ ແລະ ຕອບສະໜອງຕາມຄວາມເປັນຈິງດ້ານສະຖາປັດຕະຍະກຳ ທີ່ທັນສະໄຫມໃນການພົວພັນກັບສາກົນ.
ໃນຂົງເຂດບຸລິມະສິດທົ່ວໄປ ແມ່ນລົງເລິກໃນຂອດການປະສານງານ ຕໍ່ກັບບັນຫາທີ່ສຳຄັນໃນຂົງເຂດພາກພື້ນ ແລະ ສາກົນ, ເພີ່ມທະວີຄວາມພະຍາຍາມຮ່ວມກັນ ເພື່ອຕ້ານກັບສິ່ງທ້າທາຍ ແລະ ໄພຂົ່ມຂູ່ອັນໃໝ່, ລວມທັງ ການຕ້ານການກໍ່ການຮ້າຍ ແລະ ຮັບປະກັນເຖິງຄວາມປອດໄພໃນການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ.