ໃນໂອກາດກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ ໃນວັນທີ 31 ກໍລະກົດ 2019 ທີ່ ບາງກອກ, ທ່ານ ເຊຣເກ ລາວາຣົບ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສະຫະພັນຣັດເຊຍ ໄດ້ພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສອງຝ່າຍ ໄດ້ປຶກສາຫາລືກັນ ກ່ຽວກັບສະພາບການ ແລະ ທິດທາງໃນການພັດທະນາການພົວພັນຮ່ວມມືສອງຝ່າຍ ໂດຍເນັ້ນໜັກເຖິງການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນລະດັບສູງສຸດ ກ່ຽວກັບການປຶກສາຫາລືດ້ານການເມືອງແບບເລິກເຊິ່ງ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວຽກງານດ້ານການຊ່ວຍເຫຼຶອມະນຸດສະທຳ, ຮັດແໜ້ນການປະສານງານ ເຊິ່ງກັນ ແລະ ກັນ ໃນວຽກງານສາກົນ.